Lo sentimos. Aún no hemos traducido esta página al español. Avísenos si desea que esto sea una prioridad y traduciremos la página lo antes posible.


We're sorry. We have not yet translated this page into Spanish. Please let us know if you want us to make it a priority and we will work to translate it as soon as possible.


Solicitar traducción Request translation

Gracias, su solicitud ha sido presentada. Thank you, your request has been submitted.

ໃນໜ້ານີ້

ເງິນສົງເຄາະຫວ່າງງານ | ການລາພັກໄປດູແລຄອບຄົວ ແລະ ການລາພັກໄປປິ່ນປົວຕົນເອງທີ່ໄດ້ຮັບເງິນເດືອນວຽກ ແລະ ການຝຶກອົບຮົມ

 


ເງິນສົງເຄາະຫວ່າງງານ

ຍື່ນຄຳຮ້ອງຂໍສະໝັກໂດຍການໂທຫາເບີ 800-410-0758. ກົດຕໍ່ 31 ເພື່ອຂໍຄວາມຊ່ວຍເຫຼືອເປັນພາສາ ພາສາລາວ (ມີນາຍແປພາສາໃຫ້ໂດຍບໍ່ເສຍຄ່າ). ຖ້າທ່ານຫູໜວກ, ຫູຕຶງ ຫຼື ມີຄວາມບົກຜ່ອງດ້ານການປາກເວົ້າ ໃຫ້ໂທຫາ Washington Relay Service (ການບໍລິການຖ່າຍຖອດຂອງລັດ Washington) ໂດຍການໂທຫາເບີ 711.

               

ເມື່ອທ່ານໂທຫາເບີດັ່ງກ່າວ, ທ່ານອາດຈະໄດ້ຍິນ ຂໍ້ຄວາມນີ້ (ໄຟລ໌ wav) ເປັນພາສາອັງກິດ. ເຊິ່ງຈະເວົ້າວ່າ:

“ເນື່ອງຈາກມີຄົນໂທມາຈຳນວນຫຼວງຫຼາຍ, ພວກເຮົາຈຶ່ງບໍ່ສາມາດຮັບສາຍຂອງທ່ານໄດ້ໃນຂະນະນີ້. ກະລຸນາໂທກັບມາໃນພາຍຫຼັງ ຫຼື ເຂົ້າໄປເບິ່ງຂໍ້ມູນຂ່າວສານ ກ່ຽວກັບການຫວ່າງງານ ແລະ ການບໍລິການຕ່າງໆ ເວັບໄຊຂອງພວກເຮົາ ທີ່ www.esd.wa.gov. ຂອບໃຈທີ່ທ່ານໃຫ້ຄວາມອົດທົນ. ລາກ່ອນ.”

 

ເຖິງວ່າຈະມີຄົນໂທມາຈຳນວນຫຼວງຫຼາຍກໍຕາມ, ແຕ່ພວກເຮົາໃຫ້ຄຳໝັ້ນສັນຍາທີ່ຈະຊ່ວຍທ່ານ. ພວກເຮົາມີນາຍແປພາສາພ້ອມໃຫ້ບໍລິການ. ຖ້າທ່ານຢາກຈະຍື່ນຄຳຮ້ອງຜ່ານທາງໂທລະສັບ, ເຄັດລັບເຫຼົ່ານີ້ ອາດຈະຊ່ວຍໄດ້.

  • ໂທໃຫ້ເຊົ້າ ຫຼື ໂທໃຫ້ຊ້າ ເພື່ອ ເພີ່ມໂອກາດຂອງທ່ານໃນການຕິດຕໍ່ໄດ້ກັບພະນັກງານຮັບສາຍ.
    ເວລາເຂົ້າການ ແລະ ຂໍ້ມູນ ຂອງສູນຮັບຄຳຮ້ອງ.
  • ຮັບໂທລະສັບ. ມັນອາດຈະແມ່ນພວກເຮົາ! ຊື່ຂອງພວກເຮົາ ຈະບໍ່ປາກົດຢູ່ໃນ ID ຜູ້ໂທຂອງທ່ານ. ຖ້າທ່ານບໍ່ໄດ້ຮັບສາຍຂອງພວກເຮົາ, ທ່ານຈະຕ້ອງໂທກັບຫາພວກເຮົາ, ເຊິ່ງຈະຂະບວນການຍື່ນຄຳຮ້ອງຂໍຂອງທ່ານເສຍເວລາເພີ່ມຂຶ້ນ.

 

ກ່ອນທີ່ຈະສະໝັກ:

  • ຖ້າທ່ານບໍ່ແມ່ນພົນລະເມືອງສະຫະລັດ, ທ່ານກໍຍັງສາມາດຍື່ນຄຳຮ້ອງຂໍເງິນສົງເຄາະຫວ່າງງານໄດ້ເຊັ່ນກັນ. ຮຽນຮູ້ເພີ່ມຕື່ມ ກ່ຽວກັບ ສັນຊາດ ແລະ ສິດທາງດ້ານກົດໝາຍຂອງທ່ານ ໃນການເຮັດວຽກ.
  • ໃຊ້ ຄຳແນະນຳດັ່ງກ່າວນີ້ ເພື່ອຮຽນຮູ້ເພີ່ມຕື່ມ ກ່ຽວກັບ ການບໍລິການທາງເອເລັກໂຕນິກ, ເວັບໄຊທີ່ມີຄວາມປອດໄພຂອງ Employment Security Department (ພະແນກຮັກສາຄວາມໝັ້ນຄົງໃນການຈ້າງງານ). ໃຊ້ ການບໍລິການທາງເອເລັກໂຕນິກ ເພື່ອຍື່ນຄຳຮ້ອງຂໍເງິນສົງເຄາະຫວ່າງງານ, ສົ່ງການຮຽກທວງປະຈໍາອາທິດ ແລະ ເຂົ້າເຖິງຂໍ້ມູນກ່ຽວກັບເງິນສົງເຄາະຕ່າງໆ ຂອງທ່ານ.

 

ການຍື່ນຄຳຮ້ອງຂໍ:

 

ຫຼັງຈາກການຍື່ນຄຳຮ້ອງຂໍ:

  • ຖ້າທ່ານໄດ້ຮັບຈົດໝາຍແຈ້ງກ່ຽວກັບການຕັດສິນຈາກພວກເຮົາ ແລະ ທ່ານບໍ່ເຫັນດີກັບການຕັດສິນ, ວິທີທີ່ງ່າຍທີ່ສຸດໃນການຍື່ນອຸທອນ ແມ່ນຍື່ນທາງອອນລາຍໃນ eServices (ການບໍລິການທາງເອເລັກໂຕນິກ). ຫຼື ທ່ານອາດຈະໃຊ້ແບບຟອມ ຍື່ນອຸທອນ ສຳລັບເງິນສົງເຄາະ ກໍໄດ້.
  • ເພື່ອໃຫ້ໄດ້ຮັບເງິນສົງເຄາະ, ທ່ານຈະຕ້ອງໄດ້ຊອກຫາວຽກເຮັດ. ຮຽນຮູ້ເພີ່ມຕື່ມ ກ່ຽວກັບ ເງື່ອນໄຂທີ່ຄວາມຕ້ອງການໃນການຊອກຫາວຽກເຮັດ.
  • ເຂົ້າໄປເບິ່ງໜ້າ ກັບໄປເຮັດວຽກ ສຳລັບແຫຼ່ງຂໍ້ມູນຕ່າງໆ ສຳລັບຄົນເຮັດວຽກ.
  • ໜ້າ ການປະຕິເສດການເຮັດວຽກ ຈະໄດ້ຕອບຄໍາຖາມກ່ຽວກັບເຫດຜົນທີ່ພະນັກງານບໍ່ກັບຄືນໄປເຮັດວຽກຂອງຕົນ.
  • ການຈ່າຍເງິນເກີນ ແມ່ນເກີດຂຶ້ນເມື່ອບຸກຄົນໃດໜຶ່ງໄດ້ຮັບເງິນສົງເຄາະ ແລະ ພວກເຮົາຈຶ່ງມາພົບເຫັນໃນພາຍຫຼັງວ່າ ຜູ້ກ່ຽວແມ່ນບໍ່ມີສິດໄດ້ຮັບເງິນດັ່ງກ່າວ. ກະລຸນາຢ່າເມີນເສີຍຕໍ່ແຈ້ງການກ່ຽວກັບການຈ່າຍເງິນເກີນ.

 

Paid Family & Medical Leave (ການລາພັກໄປດູແລຄອບຄົວ ແລະ ການລາພັກໄປປິ່ນປົວຕົນເອງທີ່ໄດ້ຮັບເງິນເດືອນ)

Paid Family & Medical Leave (ການລາພັກໄປດູແລຄອບຄົວ ແລະ ການລາພັກໄປປິ່ນປົວຕົນເອງທີ່ໄດ້ຮັບເງິນເດືອນ) ແມ່ນເງິນສົງເຄາະປະເພດໜຶ່ງ ສຳລັບບັນດາພະນັກງານໃນ Washington. ຈະມີເງິນສົງເຄາະນີ້ໃຫ້ທ່ານ ເມື່ອສະພາບສຸຂະພາບຂອງທ່ານມີການເຈັບເປັນຮ້າຍແຮງ ທີ່ເຮັດໃຫ້ທ່ານບໍ່ສາມາດໄປເຮັດວຽກໄດ້ ຫຼື ໃນເວລາທີ່ທ່ານຕ້ອງການເວລາເພື່ອມາເບິ່ງແຍງສະມາຊິກໃນຄອບຄົວ, ສ້າງຄວາມຜູກພັນກັບເດັກນ້ອຍທີ່ເກີດໃໝ່ ຫຼື ໃຊ້ເວລາກັບສະມາຊິກໃນຄອບຄົວ ເພື່ອກະກຽມການໄປເປັນທະຫານປະຈຳຢູ່ຕ່າງປະເທດ.

 

ຮຽນຮູ້ເພີ່ມຕື່ມ ກ່ຽວກັບ Paid Leave (ການລາພັກທີ່ໄດ້ຮັບເງິນເດືອນ).

 

ວຽກ ແລະ ການຝຶກອົບຮົມ (ພາສາອັງກິດ ແລະ ພາສາສະເປນ)

WorkSource ສາມາດຊ່ວຍທ່ານໄດ້ໃນການຊອກຫາວຽກ ຫຼື ອາຊີບຕໍ່ໄປຂອງທ່ານ. ໄປທີ່ WorkSourceWA.com ເພື່ອເລີ່ມຕົ້ນ. ຢູ່ໃນ Resources (ແຫຼ່ງຂໍ້ມູນ), ໃຊ້ WorkSource locator (ຕົວລະບຸຕຳແໜ່ງທີ່ຕັ້ງໃນ WorkSource) ເພື່ອຊອກຫາຫ້ອງການທີ່ຢູ່ໃກ້ທ່ານ ແລະ ເບິ່ງວ່າມີບໍລິການໃດແດ່ ທີ່ໃຫ້ບໍລິການແບບອອນລາຍ ແລະ ແບບເຊິ່ງໜ້າ.